%16$s ເປັນການບໍລິການທີ່ສະໜອງໃຫ້ໂດຍ %17$s (ເຊິ່ງຕໍ່ໄປນີ້ເອີ້ນວ່າ "Huawei", "ພວກເຮົາ", "ເຮົາ" ຫຼື "ຂອງພວກເຮົາ"). Huawei ໃຫ້​ຄວາມ​ສຳ​ຄັນ​ຕໍ່ຂໍ້ມູນສ່ວນຕົວ ແລະ ຄວາມ​ເປັນສ່ວນຕົວຂອງທ່ານຢ່າງຈິງຈັງ ແລະ ​​ໃຫ້​ຄຳ​ໝັ້ນ​ສັນ​ຍາທີ່ຈະໃຊ້ມາດຕະການ​ຮັ​ກ​ສາຄວາມປອດໄພທີ່ເໝາະສົມ ເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງທ່ານຕາມກົດໝາຍທີ່ກ່ຽວຂ້ອງ ແລະ ມາດຕະຖານຄວາມປອດໄພໃນອຸດສາຫະກຳທີ່​ກຳ​ນົດ​ໄວ້.

ຄຳ​ຖະ​ແຫຼງ​ນີ້​ອະ​ທິ​ບາຍ:

1 ຂໍ້ມູນແນວໃດແດ່ກ່ຽວກັບທ່ານທີ່ພວກເຮົາເກັບເອົາ?

2 ພວກເຮົາໃຊ້ຂໍ້ມູນຂອງທ່ານແນວໃດ?

3 ພວກເຮົາຈັດເກັບຂໍ້ມູນຂອງທ່ານໄວ້ດົນປານໃດ?

4 ພວກເຮົາແຊຣ໌ຂໍ້ມູນຂອງທ່ານແນວໃດ?

5 ສິດ ແລະ ຕົວເລືອກຂອງທ່ານມີຫຍັງແດ່?

6 ຈະຕິດຕໍ່ພວກເຮົາແນວໃດ?

7 ພວກເຮົາອັບເດດຄຳຖະແຫຼງນີ້ແນວໃດ?

1 ຂໍ້ມູນແນວໃດແດ່ກ່ຽວກັບທ່ານທີ່ພວກເຮົາເກັບເອົາ?

ໃນຖານະເປັນສ່ວນໜຶ່ງຂອງຕົວປັບ​ໃຫ້​ເໝາະ​ສົມ, ພວກເຮົາຈະເກັບເອົາ ແລະ ນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານເພື່ອຈຸດປະສົງຕໍ່ໄປນີ້ ຕາມທີ່ອະທິບາຍໄວ້ໃນຄຳຖະແຫຼງນີ້: ຂໍ້ມູນສ່ວນຕົວໝາຍເຖິງຂໍ້ມູນໃດໜຶ່ງທີ່ຊ່ວຍໃຫ້ Huawei ສາມາດ​ລະ​ບຸ​ຕົວ​ຕົນ​ທ່ານໃນ​ຖາ​ນະເປັນຜູ້ໃຊ້.

ພວກເຮົາຈະເກັບ​ເອົາ ແລະ ປະມວນຜົນຂໍ້ມູນຕໍ່ໄປນີ້:

ເພື່ອສະໜອງການບໍລິການໃຫ້ແກ່ທ່ານ, ຕົວປັບ​ໃຫ້​ເໝາະ​ສົມຕ້ອງການເຂົ້າເຖິງອິນເຕີເນັດ ແລະ ການ​ອະ​ນຸ​ຍາດລາຍການແອັບເພື່ອອ່ານລາຍການຂອງແອັບທີ່ຖືກຕິດຕັ້ງໃນໂທລະສັບ ແລະ ດ້ວຍເຫດນີ້ຈິ່ງເຮັດການສະແກນໄວຣັສ.

ທ່ານສາມາດຈັດການການອະນຸຍາດລະບົບຂອງທ່ານໄດ້ຈາກການຕັ້ງຄ່າລະບົບ.

2 ພວກເຮົາໃຊ້ຂໍ້ມູນຂອງທ່ານແນວໃດ?

ເພື່ອສະໜອງການບໍລິການຕົວປັບ​ໃຫ້​ເໝາະ​ສົມໃຫ້ແກ່ທ່ານ ແລະ ປະຕິບັດຕາມພັນທະຕາມສັນຍາ, Huawei ຈະປະມວນຜົນ ແລະ ໃຊ້ຂໍ້ມູນສ່ວນຕົວຂອງທ່ານສຳລັບຈຸດປະສົງຂອງການສະແກນໄວຣັສ:

ຂໍ້ມູນຖືກໃຊ້ດັ່ງຕໍ່ໄປນີ້:

ທ່ານສາມາດຄັດຄ້ານການປະມວນຜົນດັ່ງກ່າວໄດ້ຕາມທີ່ອະທິບາຍໄວ້ໃນຂໍ້ 5 ຂ້າງລຸ່ມ.

3 ພວກເຮົາຈັດເກັບຂໍ້ມູນຂອງທ່ານໄວ້ດົນປານໃດ?

ພວກເຮົາຈະເກັບຮັກສາຂໍ້ມູນສ່ວນຕົວຂອງທ່ານເປັນເວລາບໍ່ເກີນຄວາມຈຳເປັນສຳລັບຈຸດປະສົງທີ່ກຳນົດໄວ້ໃນຄຳຖະແຫຼງນີ້.

ເວລາການເກັບຮັກສາສະເພາະກ່ຽວກັບຂໍ້ມູນສ່ວນຕົວຂອງທ່ານທີ່ກ່ຽວຂ້ອງກັບຕົວປັບ​ໃຫ້​ເໝາະ​ສົມ​ ຖືກກຳນົດໄວ້ລຸ່ມນີ້:

ຫຼັງຈາກທີ່ໄລຍະເວລາເກັບຮັກສາໄວ້ໝົດອາຍຸ, ພວກເຮົາຈະລຶບ ຫຼື ບໍ່ລະບຸຊື່ຂໍ້ມູນສ່ວນຕົວຂອງທ່ານໃນເວລາທີ່ກຳນົດໄວ້, ຍົກເວັ້ນແຕ່ວ່າກົດໝາຍ ແລະ ຂໍ້ບັງຄັບກຳນົດໄວ້ເປັນຢ່າງອື່ນ.

%56$s

%57$s

%58$s

%62$s

%63$s

5 ສິດ ແລະ ຕົວເລືອກຂອງທ່ານມີຫຍັງແດ່?

ທ່ານມີສິດເຂົ້າເຖິງ ແລະ ລຶບຂໍ້ມູນຂອງທ່ານ ແລະ ຖອນຄຳຍິນຍອມຂອງທ່ານໃນການໃຊ້ຂໍ້ມູນ. ຖ້າທ່ານມີຄຳຖາມ, ຄຳຄິດເຫັນ ຫຼື ຄຳແນະນຳໃດໜຶ່ງກ່ຽວກັບສິດ​ທິ​ເຈົ້າ​ຂອງ​ຂໍ້​ມູນ, ກະລຸນາຕິດຕໍ່ຫາພວກເຮົາໂດຍໃຊ້ຂໍ້ມູນຕິດຕໍ່ທີ່ໃຫ້ໄວ້ໃນຂໍ້ 6 ຂອງຄຳຖະແຫຼງນີ້ ແລະ ໃຊ້ສິດທິຂອງທ່ານ. ນອກຈາກນີ້ ທ່ານຍັງສາມາດຮຽນຮູ້ເພີ່ມເຕີມໂດຍການເບິ່ງຄຳຖະແຫຼງຄວາມເປັນສ່ວນຕົວຂອງ Huawei Consumer Business.

6 ຈະຕິດຕໍ່ພວກເຮົາແນວໃດ?

ຖ້າທ່ານຕ້ອງການໃຊ້ສິດຄວາມເປັນສ່ວນຕົວຂອງທ່ານ, ຍື່ນຄຳຮ້ອງທຸກ ຫຼື ປຶກສາກັບເຈົ້າ​ໜ້າ​ທີ່ປົກ​​ປ້ອງ​ຂໍ້​ມູນ (DPO) ຂອງພວກເຮົາກ່ຽວກັບການປົກປ້ອງຄວາມເປັນສ່ວນຕົວ, ກະລຸນາເຂົ້າເບິ່ງໜ້າ %55$s ຂອງພວກເຮົາ.

ຖ້າທ່ານເປັນຜູ້ໃຊ້ທີ່ຢູ່ໃນ EU/EEA, ທ່ານສາມາດຕິດຕໍ່ຫາ Huawei Technologies Düsseldorf GmbH, ຜູ້ຕ່າງໜ້າສະເພາະຂອງພວກເຮົາ, ໄດ້ທີ່ consumer_privacy_eu@huawei.com. ທີ່​ຢູ່​ແມ່ນ Hansaallee 205, 40549 Düsseldorf, Germany.

ທີ່ຢູ່ຂອງພວກເຮົາ: Huawei Device Co., Ltd., No. 2 Xincheng Road, Songshan Lake Zone, Dongguan, Guangdong Province, China. ລະຫັດ​ໄປສະນີ: 523808. ລະຫັດບັດເຄຣດິດທາງສັງຄົມແບບຄົບວົງຈອນ: 914419000585344943.

ຖ້າທ່ານເ​ຊື່ອວ່າ Huawei ບໍ່​ໄດ້ປະມວນຜົນຂໍ້ມູນສ່ວນຕົວຂອງທ່ານຕາມຄຳຖະແຫຼງນີ້ ຫຼື ຕາມກົດໝາຍການປົກປ້ອງຂໍ້ມູນທີ່ບັງຄັບໃຊ້, ທ່ານສາມາດຍື່ນຄຳຮ້ອງທຸກກັບເຈົ້າ​ໜ້າ​ທີ່ປົກ​ປ້ອງຂໍ້ມູນໃນທ້ອງຖິ່ນໃນປະເທດ/ພາກພື້ນຂອງທ່ານ ຫຼື ໜ່ວຍງານບໍລິຫານໂລກ​ໄຊ​ເບີຂອງຈີນ.

7 ພວກເຮົາອັບເດດຄຳຖະແຫຼງນີ້ແນວໃດ?

ພວກເຮົາສະໜັບສະໜູນໃຫ້ທ່ານກວດເບິ່ງເວີຊັນ​ໃໝ່ຫຼ້າສຸດ​ຂອງຄຳ​ຖະແຫຼງນີ້​ຢ່າງ​ເປັນ​ປະ​ຈຳ​ຢູ່​ໃນການຕັ້ງຄ່າແອັບ ​ເນື່ອງ​ຈາກພວກເຮົາອາດຈະອັບເດດມັນເປັນບາງຄັ້ງບາງຄາວ. ໃນກໍລະນີທີ່ມີການປ່ຽນແປງເນື້ອໃນໃນຄຳຖະແຫຼງນີ້, ພວກເຮົາຈະແຈ້ງເຕືອນທ່ານໂດຍວິທີການໂຕ້ຕອບການແຈ້ງເຕືອນ, ຂໍ້ຄວາມພຸຊ, ອີເມວ ແລະ ອື່ນໆ, ຂຶ້ນຢູ່ກັບລັກສະນະຂອງການປ່ຽນແປງ.

ສິ່ງ​ສຳ​ຄັນ: ຄໍາຢັ້ງ​ຢືນຄວາມເປັນສ່ວນຕົວນີ້ແມ່ນຄວາມມຸ້ງໝັ້ນໃນຄວາມເປັນສ່ວນຕົວຂອງຕົວປັບ​ໃຫ້​ເໝາະ​ສົມ. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາອ່ານ %54$s.